ດ່ານທີ່ນຳໃຊ້ນະໂຍບາຍຍົກເວັ້ນວິຊາ ໃຫ້ຜູ້ໂດຍສານຜ່ານແດນຂອງຈີນເພີ່ມຂຶ້ນ
ວິທະຍຸ-ໂທລະພາບສູນກາງ ສປ ຈີນ ລາຍງານໃຫ້ຮູ້ໃນວັນທີ 15 ກໍລະກົດ 2024 ນີ້ວ່າ, ວັນທີ 15 ກໍລະກົດ ນີ້ ສຳນັກງານກວດຄົນ
ເຂົ້າເມືອງແຫ່ງຊາດຈີນ ໄດ້ອອກປະກາດແຈ້ງການ ເພື່ອປະກາດໃຫ້ສະໜາມບິນສາກົນ ຊິ່ນເຈີ້ງ, ນະຄອນ ເຈີ້ງໂຈ່ວ, ສະໜາມບິນສາກົນ
ຊ່ານຢີ້, ນະຄອນ ລີ້ຈ່ຽງ ແລະ ດ່ານທາງລົດໄຟບໍ່ຫານເປັນດ່ານນຳໃຊ້ນະໂຍບາຍສຳລັບຜູ້ໂດຍສານຜ່ານແດນຈີນບໍ່ກາຍ 144 ຊົ່ວໂມງ.
ປັດຈຸບັນນີ້, ດ່ານນຳໃຊ້ນະໂຍບາຍດັ່ງກ່າວຂອງຈີນ ໄດ້ ເພີ່ມຂຶ້ນເປັນ 37 ແຫ່ງ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງສຳນັກງານກວດຄົນ
ເຂົ້າເມືອງແຫ່ງຊາດຈີນ ໃຫ້ຮູ້ວ່າ: ການເປີດກວ້າງນຳໃຊ້ນະໂຍບາຍຍົກເວັ້ນວິຊາສຳລັບຜູ້ໂດຍສານ ຜ່ານແດນຈີນ ບໍ່ກາຍ 144 ຊົ່ວໂມງ ຢູ່
ແຂວງ ເຮີນານ ແລະ ແຂວງ ຢຸນນານ ໄດ້ສະໜອງທາງເລືອກຫຼາຍກວ່າເກົ່າໃຫ້ແກ່ບຸກຄົນທີ່ມີສັນຊາດຕ່າງປະເທດ ທີ່ມາທ່ອງທ່ຽວຈີນ ຫຼື
ທຳທຸລະກິດການຄ້າຢູ່ຈີນ.
ຕໍ່ໄປ, ສຳນັກງານກວດຄົນເຂົ້າເມືອງແຫ່ງຊາດຈີນ ຈະປັບປຸງນະໂຍບາຍຜ່ານແດນທີ່ຍົກເວັ້ນວິຊາໃຫ້ດີຂຶ້ນຕື່ມອີກ, ລົງເລິກຊຸກຍູ້ການ
ເປີດປະຕູລະບຽບການກວດຄົນເຂົ້າເມືອງຢ່າງຕໍ່ເນື່ອງ, ຍິນດີຕ້ອນຮັບຊາວຕ່າງປະເທດມາທ່ຽວຈີນ ດ້ວຍທ່າທີທີ່ເປີດກວ້າງກວ່າເກົ່າ, ສົ່ງ
ເສີມບໍລິການ ແລະ ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ການພັດທະນາດ້ວຍຄຸນນະພາບສູງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/07/2024